ວັດຊຽງທອງ



ວັດຊຽງທອງ ສ້າງຕັ້ງຂຶ້ນໃນ ປຶ ຄສ 1560, ສ້າງໂດຍ ພະເຈົ້າໄຊຍະເສດຖາທຶລາດ. ຕັ້ງຢູ່ໃກ້ແຄມແມ່ນ້ຳຂອງ ເປັນສະຖານທື່ປັດຕະຍະກຳລັານຊ້າງ ທື່ມືຄວາມສວຍສົດງົດງາມແຫ່ງໜຶ່ງໃນຫລວງພະບາງ.





"ວັດຊຽງທອງ" ຊຶ່ງເປັນວັດທີ່ສຳຄັນ ແລະ ມີຄວາມງົດງາມທີ່ສຸດແຫ່ງນີ້ ຈົນໄດ້ຮັບການຍົກຍ້ອງຈາກນັກບູຮານຄະດີ ວ່າເປັນດັ່ງອັນ ຍະມະນີແຫ່ງສະຖາປັດຕະຍະກຳລາວ ວັດຊຽງທອງຖືກສ້າງຂຶ້ນໃນລາຊະສະໄໝພຣະເຈົ້າໄຊເສດຖາທິລາດ ຫລັງຈາກສ້າງວັດນີ້ບໍ່ດົນພະ ອົງກໍຊົງຍ້າຍເມືອງຫລວງໄປຍັງນະຄອນວຽງຈັນ ແລະ ວັດນີ້ຍັງໄດ້ຮັບການອຸບປະຖຳເບິ່ງແຍງ ຈາກເຈົ້າມະຫາຊີວິດສີສະຫວ່າງວົງ ແລະ ເຈົ້າມະຫາຊີວິດສີສະຫວ່າງວັດທະນາ ເຈົ້າມະຫາຊີວິດ ສອງພະອົງສຸດທ້າຍຂອງລາວ ເມື່ອເດິນທາງມາເຖິງວັດນີ້ສິ່ງທຳອິດ ກໍຄືການໄປ ຊົມພຣະອຸໂປສົດ ຫລື ທີ່ເອີ້ນວ່າ “ສິມ” ແມ່ນຂະໜາດ ຈະບໍ່ໃຫຍ່ ແຕ່ກໍສະແດງເຖິງສະຖາປັດຕະຍະກຳທາງສາດສະຫນາ ແບບຫລວງ ພະບາງແທ້ໆ ດ້ວຍຫລັງຄາພຣະອຸໂປສົດ ທີ່ແອ່ນໂຄ້ງຊ້ອນກັນຢູ່ 3 ຊັ້ນ ຫຼຸດລື່ນເກືອບຮອດຖານຈົນເບິ່ງຄ່ອນຂ້າງເຕີ້ຍ ສ່ວນກາງຂອງ ຫລັງຄາມີເຄື່ອງຍອດສີທອງຊຶ່ງຊາວລາວຈະຮຽກວ່າ “ຊໍ່ຟ້າ ” ປະກອບດ້ວຍ 17 ຊໍ່ ອັນມີຄວາມຫມາຍວ່າເປັນ "ສິມ” (ອຸໂປສົດ) ທີ່ເຈົ້າມະ ຫາຊີວິດຊົງສ້າງຂຶ້ນ ສ່ວນ “ສິມ” (ອຸໂປສົດ) ທີ່ເຈົ້າມະຫາຊີວິດຊົງສ້າງຂຶ້ນ ສ່ວນ “ສິມ” ທີ່ຄົນສາມັນສ້າງຈະມີຊໍ່ຟ້າພຽງ 1-7 ຊໍ່ເທົ່ານັ້ນ ເຊື່ອກັນວ່າບໍລິເວນປ່ອງສີ່ຫລ່ຽມນ້ອຍໆ ເຄິ່ງກາງຂອງຊໍ່ຟ້າເຄີຍໃຊ້ເປັນທີ່ເກັບຂອງມີຄ່າ ປະຈຸບັນເຫລືອພຽງປ່ອງວ່າງເປົ່າ ຖັດມາ ທີ່ສ່ວນຂອງໜ້າບັນມີ “ໂຫງ່” ຮູບຮ່າງຄ້າຍຫົວນາກເປັນສ່ວນປະດັບຕາມຄະຕິທຳທາງພຸດທະສາດສະຫນາ ເມື່ອຍ່າງເຂົ້າ ຕໍ່ມາທີ່ປະຕູ ພະອຸໂປສົດ ຈະສະດຸດຕາກັບລວດລາຍແກະສະຫລັກອັນສວຍງາມ ເຊັ່ນດຽວກັບທີ່ປ່ອງຢ້ຽມ ຝາພາຍໃນກໍສວຍງາມດ້ວຍ ລວດລາຍ ປິດທອງສະຫລຸເທິງພື້ນສີດຳ ເລົ່າເລື່ອງພຸດທະປະຫວັດ, ທ້າວສີທົນ, ພະເຈົ້າ10ຊາດ ແລະ ພາບນິທານເພື່ອນບ້ານ ເລິກເຂົ້າໄປຄືພະປະ ທານຊຶ່ງມີຊື່ວ່າ “ພະອົງຫລວງ” ນອກຈາກວັດຊຽງທອງຈະມີພະອຸໂປສົດທີ່ໂດດເດັ່ນດ້ວຍສະຖາປັດຕະຍະກຳແບບລ້ານຊ້າງແລ້ວ ການ ຕົບແຕ່ງລວດລາຍຕາມຝາພາຍໃນກໍສວຍງາມຄືກັນ ບໍລິເວນຝາດ້ານຫລັງຂອງພະອຸໂປສົດກໍມີການຕົບແຕ່ງດ້ວຍການເອົາ ແກ້ວສີ ມາຕັດຕໍ່ກັນເປັນຮູບຕົ້ນໂພຂະໜາດໃຫຍ່ ດ້ານຂ້າງກໍຕິດເປັນຮູບສັດໃນວັນນະຄະດີ/tingcave.weebly.com
ວັດຊຽງທອງ ເມືອງຫຼວງພະບາງ ເມືອງມໍລະດົກໂລກ

No comments:

Post a Comment