ຈຸດຊົມວິວ ພູພຽງຟ້າ



➨ ຈຸດຊົມວິວພູພຽງຟ້າ, ສະຫັວນເມືອງລາວ



 ພູພຽງຟ້າ ເປັນພູພຽງແຫ່ງໜຶ່ງເຊິ່ງຕັ້ງຢູ່ລະຫວ່າງທາງຜ່ານຈາກເສັ້ນທາງນະຄອນຫຼວງວຽງຈັນຫາເມືອງພູຄູນ ( ຫຼວງພະບາງ ) ຕາມສາຍທາງເລກທີ່ 13 ເໜືອ ໄລຍະທາງປະມານ 260 ກິໂລແມັດ ຫາກອອກມາທາງວຽງຈັນກໍຈະຮອດພູຟ້າກ່ອນເມືອງພູຄູນປະມານ 20 ນາທີ. ພູພຽງຟ້ານີ້ ເປັນຈຸດຊົມທໍາມະຊາດທີ່ສວຍງາມ ແລະ ເປັນຈຸດແວ່ພັກຫາກມາທາງວຽງຈັນ ທໍາມະຊາດຂອງທີ່ນີ້ຈະມີພູເຂົາທີ່ຕັ້ງສູງເດັ່ນສະຫງ່າ ສວຍງາມ ແລະ ສາມາດຊົມທິວທັດໄດ້ໂດຍຮອບໆເປັນພານາໂຣມ່າ ກວ້າງຂວາງສຸດສາຍຕາ ມີບັນຍາກາດທີ່ເຢັນສະບາຍ ເໝາະແກ່ການແວ່ພັກຍາມທີ່ເດີນທາງມາເມື່ອຍໆ. ຢູ່ທີ່ພູພຽງແຫ່ງນີ້ ສາມາດແນມເຫັນ ພູພະເຈົ້າ ທີ່ຢູ່ເທິງເສັ້ນທາງໄປວັງວຽງ ສາເຫດທີ່ຊື່ພູພະເຈົ້າເພາະວ່າ ເປັນພູສາມຫຼ່ຽມ ຄືກັບພະເຈົ້ານັ້ນເອງ ຖ້າຫາກມາຕອນຕາເວັນໃກ້ຊິຕົກດິນ ບັນຍາກາດທີ່ນີ້ກໍແຮ່ງງາມ ຫຼື ຖ້າແມ່ນໃນລະດູໜາວ ອາກາດທີ່ນີ້ຈະໜາວເຢັນ ມີມອກລອຍປົກຄຸມຈົນຂາວຈຸ່ນພຸ່ນໄປທົ່ວໃນຕອນເຊົ້າ ແຕ່ບາງມື້ກໍອາກາດຢັນພໍດີ ແລະ ມີແດດອ່ອນໆຄ່ອຍໆສາດສ່ອງລົງມາ ເຮັດໃຫ້ສາມາດແນມເຫັນທິວທັດໄດ້ຢ່າງຕະການຕາ. ນອກຈາກຄວາມງົດງາມຂອງທິວທັດທໍາມະຊາດແລ້ວ ເທິງພູພຽງຟ້ານີ້ຍັງມີສະຖານທີ່ກວ້າງຂວາງ ບໍ່ແອອັດ ມີມູມໃຫ້ຖ່າຍຮູບງາມໆ ມີບ່ອນປິກນິກ ແລະ ທີ່ສໍາຄັນຍັງມີຮ້ານອາຫານເອີ້ນວ່າ ຮ້ານອາຫານພູພຽງຟ້າ ເຊິ່ງເປັນທີ່ພັກຜ່ອນຮັບປະທານອາຫານ, ດື່ມກາເຟຮ້ອນໆ ຫຼື ຈະນັ່ງດື່ມເບຍເຢັນພໍປະມານກໍໄດ້.
ແຖບຖິ່ນພູຄູນແຫ່ງນີ້ ເຖິງຈະເປັນເສັ້ນທາງທີ່ຄົດໂຄ້ງແດ່ກໍຕາມ ແຕ່ເສັ້ນທາງອັນສວຍງາມນີ້ກໍເປັນທີ່ໜ້າສົນໃຈ ແລະ ສາມາດດຶງດູດນັກທ່ອງທ່ຽວ ໂດຍສະເພາະນັກທ່ອງທ່ຽວຊາວຕ່າງປະເທດ ທັງຂີ່ລົດຖີບ, ລົດຈັກ ຈໍາພວກ ບິກໄບຄ໌ ( big bike ) ທີ່ລວມຕົວກັນອອກທ່ອງທ່ຽວແຖບຖິ່ນດິນລາວເໜືອເປັນກຸ່ມໆ ເພື່ອຊື່ນຊົມຄວາມງາມລະຫວ່າງສອງຂ້າງທາງໄດ້ຢ່າງເບີກບານສໍາລານໃຈ.https://www.facebook.com/pages/%E0%BA%88%E0%BA%B8%E0%BA%94%E0%BA%8A%E0%BA%BB%E0%BA%A1%E0%BA%A7%E0%BA%B4%E0%BA%A7%E0%BA%9E%E0%BA%B9%E0%BA%9E%E0%BA%BD%E0%BA%87%E0%BA%9F%E0%BB%89%E0%BA%B2-%E0%BA%AA%E0%BA%B0%E0%BA%AB%E0%BA%B1%E0%BA%A7%E0%BA%99%E0%BB%80%E0%BA%A1%E0%BA%B7%E0%BA%AD%E0%BA%87%E0%BA%A5%E0%BA%B2%E0%BA%A7/832763400132821

No comments:

Post a Comment